← Back to videos
ວິຖີເຜົ່າກຶມມຸ - วิถีเผ่าขมุ (Khmu Lifestyle in Laos)
ຊົນເຜົ່າກຶມມຸ (Khmu) ເປັນຊົນເຜົ່າດັ້ງເດີມທີ່ເກົ່າແກ່ທີ່ສຸດໃນລາວ ຈັດຢູ່ໃນກຸ່ມມອນ-ຂະແມ (Mon-Khmer). ເປັນຊົນເຜົ່າທີ່ມີຈຳນວນປະຊາກອນຫຼາຍເປັນອັນດັບສອງຂອງລາວ ຮອງຈາກເຜົ່າລາວ. ອາໄສຢູ່ທົ່ວປະເທດ ໂດຍສະເພາະແຂວງຫຼວງພະບາງ, ອຸດົມໄຊ, ຫົວພັນ, ຜົ້ງສາລີ ແລະ ຊຽງຂວາງ. ມີພາສາເວົ້າເປັນຂອງຕົນເອງ ແລະ ວັດທະນະທຳອັນດີງາມ
💬 0 Comments